ຂັ້ນຕອນການຂໍ ວີຊ່າຍີ່ປຸ່ນ ດ້ວຍຕົນເອງງ່າຍໆ!

ຢາກໄປທ່ຽວປະເທດຍີ່ປຸ່ນ ແຕ່ບໍ່ເຄີຍຂໍວີຊ່າດ້ວຍຕົວເອງມາກ່ອນ, ຂັ້ນຕອນຈະຫຍຸ້ງຍາກບໍ່? ຄ່າໃຊ້ຈ່າຍຫຼາຍບໍ່? ເຮັດແນວໃດດີ?

ມື້ນີ້ຈະມາບອກຂັ້ນຕອນການຍື່ນຂໍວີຊ່າທ່ອງທ່ຽວປະເທດຍີ່ປຸ່ນທີ່ສຸດແສນຈະງ່າຍ ສຳລັບຄົນທີ່ບໍ່ຢາກເສຍເງິນຈ້າງແລ່ນວີຊ່າ

ການປະກອບເອກະສານດ້ານລຸ່ມແມ່ນໃຊ້ສະເພາະ “ວີຊ່າທ່ອງທ່ຽວທີ່ໃຊ້ເຂົ້າອອກໄດ້ເທື່ອດຽວ” ທີ່ຜູ້ຍື່ນຮັບຜິດຊອບຄ່າໃຊ້ຈ່າຍໃນການທ່ອງທ່ຽວເອງ (ບໍ່ແມ່ນການຂໍວີຊ່າເພື່ອເຂົ້າອອກຫຼາຍເທື່ອ, ວີຊ່າເຮັດວຽກ ຫຼື ວີຊ່າອື່ນໆ)

ຈາກປະສົບການການຍື່ນຂໍວີຊ່າໂດຍກົງ ແລະ ອ້າງອີງຈາກເວັບໄຊ້ຂອງສະຖານທູດຍີ່ປຸ່ນ ເອກະສານທີ່ຕ້ອງໃຊ້ຈະປະກອບມີ:

1. Passport ທີ່ມີໜ້າເຈ້ຍຍັງວ່າງ 2 ໜ້າຂື້ນໄປ

2. ຟອມຂໍວີຊ່າ 1 ໃບ (ສາມາດໂຫຼດຢູ່ເວັບໄຊ້ສະຖານທູດ ບ່ອນນີ້)
ຕົວຢ່າງຟອມ:







3. ຮູບຖ່າຍ 1 ໃບ (ຖ່າຍພາຍໃນ 6 ເດືອນ, ຂະໜາດ 4.5 ຊມ x 4.5 ຊມ, ຮູບສີ ຫຼື ຂາວດຳ, ບໍ່ມີພາບດ້ານຫຼັງ ແລະ ແຈ້ງດີ)

4. ໃບຈອງປີ້ຍົນໄປ-ກັບ/ ໃບຢັ້ງຢືນ 

5. ເອກະສານຢັ້ງຢືນຮັບປະກັນຄ່າໃຊ້ຈ່າຍ ເຊັ່ນ: ບັນຊີເງິນຝາກ (Bank Statement ສະບັບແທ້, ຍອດເງິນໃນບັນຊີບໍ່ຄວນຕໍ່າກວ່າ $10,000 ໃນກໍລະນີທີ່ຊື່ບັນຊີບໍ່ແມ່ນຊື່ເຮົາຕ້ອງໄດ້ຖືເອກະສານຢັ້ງຢືນສາຍພົວພັນຂອງເຮົາກັບເຈົ້າຂອງບັນຊີໄປພ້ອມ ເຊັ່ນວ່າບັນຊີເປັນຂອງແມ່ເຮົາ ເຮົາກໍພຽງແຕ່ຖືປຶ້ມສຳມະໂນຄົວທີ່ມີຊື່ເຮົາກັບຊື່ແມ່ເຮົາຢູ່ໃນນັ້ນໄປພ້ອມ),
ໃບຢັ້ງຢືນລາຍຮັບອອກໃຫ້ໂດຍອົງການຂອງລັດ (ກໍລະນີພະນັກງານລັດ).

6. ແຜນການທ່ອງທ່ຽວໃນປະເທດຍີ່ປຸ່ນ ໂດຍໃຫ້ຂຽນລະອຽດວ່າແຕ່ລະມື້ຈະໄປໃສ, ພັກຢູ່ໃສ, ໃສ່ຊື່ ແລະ ທີ່ຢູ່ຂອງສະຖານທີ່ທີ່ເຮົາຈະພັກໃນແຕ່ລະມື້ (ທີ່ພັກ ຫຼື ໂຮງແຮມ ບໍ່ຈຳເປັນຕ້ອງຈອງກ່ອນ)
ຕົວຢ່າງແຜນທ່ອງທ່ຽວ:


7. ນອກຈາກນີ້ຍັງມີເອກະສານອື່ນໆເຊັ່ນວ່າ ໃບຢັ້ງຢືນການເຮັດວຽກ (Certificate of Employment) ທີ່ອອກໃຫ້ໂດຍບ່ອນເຮັດວຽກຂອງເຮົາ, ອັນນີ້ງ່າຍໆ ມີແຕ່ເຮົາພິມແລ້ວເອົາໄປໃຫ້ຫົວໜ້າເຊັນ ຈຳກາ ເປັນອັນຮຽບຮ້ອຍ.
ຕົວຢ່າງ:



ຫຼັງຈາກກຽມເອກະສານຄົບແລ້ວກໍສາມາດເຂົ້າໄປຍື່ນຢູ່ທີ່ພະແນກກົງສຸນ ສະຖານທູດຍີ່ປຸ່ນໄດ້ເລີຍ
ເມື່ອຍື່ນເອກະສານໃຫ້ພະນັກງານກົງສຸນແລ້ວ ເພິ່ນຈະກວດສອບເບິ່ງວ່າເອກະສານທີ່ເຮົາຍື່ນໄປຄົບຖ້ວນບໍ່, ໃນກໍລະນີທີ່ເອກະສານບໍ່ຄົບ ເພິ່ນຈະບໍ່ຮັບເອກະສານ ເຊິ່ງເຮົາຕ້ອງໄດ້ກັບໄປກຽມມາໃຫມ່ຕາມເພິ່ນບອກ, ແຕ່ຖ້າຄົບແລ້ວເພິ່ນກໍຈະເອົາໃບນັດຟັງຜົນໃຫ້ ຖ້າເອກະສານບໍ່ມີບັນຫາຫຍັງຈະໃຊ້ເວລາປະມານ 5 ມື້ລັດຖະການ, ເມື່ອຮອດມື້ແລ້ວເຮົາກໍພຽງແຕ່ໂທເຂົ້າໄປທີ່ສະຖານທູດເພື່ອສອບຖາມວ່າວີຊ່າເຮົາໄດ້ລະບໍ່ ຖ້າໄດ້ກໍຄືເຂົ້າໄປເອົາເລີຍ ພ້ອມກັບກຽມເງິນ 214.000ກີບຖ້ວນ ຫ້າມຂາດ ຫ້າມເກີນ ເພາະເພິ່ນຈະບໍ່ທອນໃຫ້.

ເທົ່ານີ້ກໍສາມາດເດີນທາງໄປປະເທດຍີ່ປຸ່ນໄດ້ແລ້ວ! ແຕ່ມີສິ່ງໜຶ່ງທີ່ຄວນຈື່ຄື ເຖິງແມ່ນວ່າເຮົາຈະໄດ້ວີຊ່າມາແລ້ວ ແຕ່ສິດໃນການເຂົ້າປະເທດຍີ່ປຸ່ນແມ່ນຂຶ້ນຢູ່ກັບເຈົ້າໜ້າທີ່ກວດຄົນເຂົ້າເມືອງ. ຖ້າເຮົາບໍ່ໄດ້ມີຈຸດປະສົງອັນອື່ນທີ່ບໍ່ດີ ທີ່ນອກເໜືອຈາກການໄປທ່ອງທ່ຽວກະບໍ່ຕ້ອງເປັນຫ່ວງ ເວລາເຈົ້າໜ້າທີ່ເພິ່ນຖາມຫຍັງກໍມີແຕ່ຕອບຕາມຄວາມຈິງເທົ່ານັ້ນ.

ຫວັງວ່າບົດຄວາມນີ້ຈະເປັນປະໂຫຍດກັບຫຼາຍຄົນ ຂໍໃຫ້ໂຊກດີ ແລະ ມີຄວາມສຸກກັບການທ່ອງທ່ຽວຢູ່ປະເທດຍີ່ປຸ່ນ :)



Comments

Post a Comment