Skip to main content

Posts

Featured

ຂັ້ນຕອນການຂໍ ວີຊ່າຍີ່ປຸ່ນ ດ້ວຍຕົນເອງງ່າຍໆ!

ຢາກໄປທ່ຽວປະເທດຍີ່ປຸ່ນ ແຕ່ບໍ່ເຄີຍຂໍວີຊ່າດ້ວຍຕົວເອງມາກ່ອນ, ຂັ້ນຕອນຈະຫຍຸ້ງຍາກບໍ່? ຄ່າໃຊ້ຈ່າຍຫຼາຍບໍ່? ເຮັດແນວໃດດີ? ມື້ນີ້ຈະມາບອກຂັ້ນຕອນການຍື່ນຂໍວີຊ່າທ່ອງທ່ຽວປະເທດຍີ່ປຸ່ນທີ່ສຸດແສນຈະງ່າຍ ສຳລັບຄົນທີ່ບໍ່ຢາກເສຍເງິນຈ້າງແລ່ນວີຊ່າ ການປະກອບເອກະສານດ້ານລຸ່ມແມ່ນໃຊ້ສະເພາະ “ວີຊ່າທ່ອງທ່ຽວທີ່ໃຊ້ເຂົ້າອອກໄດ້ເທື່ອດຽວ” ທີ່ຜູ້ຍື່ນຮັບຜິດຊອບຄ່າໃຊ້ຈ່າຍໃນການທ່ອງທ່ຽວເອງ (ບໍ່ແມ່ນການຂໍວີຊ່າເພື່ອເຂົ້າອອກຫຼາຍເທື່ອ, ວີຊ່າເຮັດວຽກ ຫຼື ວີຊ່າອື່ນໆ) ຈາກປະສົບການການຍື່ນຂໍວີຊ່າໂດຍກົງ ແລະ ອ້າງອີງຈາກເວັບໄຊ້ຂອງສະຖານທູດຍີ່ປຸ່ນ ເອກະສານທີ່ຕ້ອງໃຊ້ຈະປະກອບມີ: 1. Passport ທີ່ມີໜ້າເຈ້ຍຍັງວ່າງ 2 ໜ້າຂື້ນໄປ 2. ຟອມຂໍວີຊ່າ 1 ໃບ (ສາມາດໂຫຼດຢູ່ເວັບໄຊ້ສະຖານທູດ  ບ່ອນນີ້ ) ຕົວຢ່າງຟອມ: 3. ຮູບຖ່າຍ 1 ໃບ (ຖ່າຍພາຍໃນ 6 ເດືອນ, ຂະໜາດ 4.5 ຊມ x 4.5 ຊມ, ຮູບສີ ຫຼື ຂາວດຳ, ບໍ່ມີພາບດ້ານຫຼັງ ແລະ ແຈ້ງດີ) 4. ໃບຈອງປີ້ຍົນໄປ-ກັບ/ ໃບຢັ້ງຢືນ  5. ເອກະສານຢັ້ງຢືນຮັບປະກັນຄ່າໃຊ້ຈ່າຍ ເຊັ່ນ: ບັນຊີເງິນຝາກ (Bank Statement ສະບັບແທ້, ຍອດເງິນໃນບັນຊີບໍ່ຄວນຕໍ່າກວ່າ $10,000 ໃນກໍລະນີທີ່ຊື່ບັນຊີບໍ່ແມ່ນ...

Latest Posts